ວັນທີ 5 ທັນວາ 2025, ກະຊວງສຶກສາທິການ ສປ ຈີນ ແລະ ກະຊວງວຽກງານການສຶກສາຊັ້ນສູງ, ການຄົ້ນຄວ້າ ແລະ ການບິນອາວະກາດ ສ ຝຣັ່ງ ໄດ້ຮ່ວມກັນເປັນເຈົ້າພາບຈັດເວທີປຶກສາຫາລືກ່ຽວກັບການພັດທະນາດ້ານການສຶກສາ ຈີນ-ຝຣັ່ງ ຄັ້ງທີ 2 ທີ່ນະຄອນເຊິນຕູ່ ແຂວງເສສວນ ສປ ຈີນ. ທ່ານ ຫຼີໄຫ, ເລຂາຄະນະພັກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ເຂົ້າຮ່ວມເວທີປຶກສາຫາລືດັ່ງກ່າວຕາມການເຊື້ອເຊີນ ແລະ ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ “ການສ້າງລະບົບການບຳລຸງສ້າງບຸກຄະລາກອນທີ່ອວ່າຍໜ້າໄປສູ່ອະນາຄົດ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ” ໃນເວທີປຶກສາຫາລືຍ່ອຍ.
